Saturday, July 12, 2025

Lesson 82

Asking someone out for dinner

Vocabulary
ຂໍລົມນຳ…/ ກັບ     : May I speak with…
ຖ້າ ບຶດນຶ່ງ     : wait a minute, wait a moment
ເຊີນ / ເຊື້ອເຊີນ     : to invite 
ໄປຕ້ອນ / ໄປຮັບ    : to go and pick up (s/b)
ໄປສົ່ງ : to give (s/b) a ride
ພາໄປ : to take to somewhere, to accompany s/b
ເວົ້າສາຍ : to speak on the line, to talk on the line 
ຝາກຄວາມໄວ້ : to leave a message
ພໍດີ / ດີຫຼາຍ : very good, perfect
ງານກິນລ້ຽງ : banquet, party
ໄປຂີ່ລົດຫຼີ້ນ : to go for a drive

Short Conversation
ນາງແສງເດືອນ  : ອາໂລ! ຂໍລົມກັບ ທ່ານ ບຸນຈັນ ແດ່?                  
ເລຂານຸການ  : ຖ້າ ບຶດນຶ່ງ       
ບຸນຈັນ  : ອາໂລ! ນີ້ແມ່ນ ບຸນຈັນ ເວົ້າສາຍ         
ນາງແສງເດືອນ   : ບຸນຈັນ ນີ້ແມ່ນ ແສງເດືອນ ຂ້ອຍ ຢາກ ເຊີນເຈົ້າ ໄປກິນເຂົ້າແລງ         
ນາງແສງເດືອນ  : ເຈົ້າມີ ເວລາ ຫວ້າງບໍ?                
ບຸນຈັນ  : ມີ! ມື້ແລງນີ້ ບໍ?                                   
ນາງແສງເດືອນ  : ດີຫຼາຍ ຂ້ອຍ ຊິໄປຕ້ອນເອົາ  ເຈົ້າ 6 ໂມງແລງ   
ບຸນຈັນ  : ພໍ້ກັນ ຕອນແລງ ລາກ່ອນ

Note and Practice
We use the words   ຢາກ / ຢາກຈະ… to express a wish or desire to do something. 
ຂ້ອຍ ຢາກຈະ ໄປ ບຸນທາດຫຼວງ ປີໜ້າ.
I would like to go to That Luang Festival next year.
ລາວ ຢາກ ໄປ ສວນສາທາລະນະ ມື້ແລງນີ້.
She wants to go to the park this evening.
ເຂົາເຈົ້າ ຢາກຈະ ໄປຂີ່ລົດຫຼີ້ນ ມື້ເຊົ້ານີ້.
They would like to go for a drive this morning.

We use the words   ຊວນ (informal) or ເຊີນ (formal) to invite someone to do something. 
ຂ້ອຍຂ້ອຍ ຂ້ອຍຢາກ ຊວນ ເຈົ້າ ໄປຫຼິ້ນ ບ້ານນອກ.
I want to invite you to go and see the countryside.
ພວກເຮົາ ຢາກ ເຊີນ ທ່ານ ໄປງານກິນລ້ຽງ.
We would like to invite you (to go) to a party.

We use the words ຊິ… or ຈະ…for planning to do something at a future time. 
ຫ້າໂມງ ແລງ ຂ້ອຍ ຈະ ໄປຕ້ອນ ເຈົ້າ.
I will pick you up at five o'clock in the evening.
ມື້ອື່ນເຊົ້າ ຂ້ອຍ ຊິ ອອກບ້ານໄປ ເວລາຫ້າໂມງ ເຄິ່ງ.
Tomorrow morning, I will leave home at half past five.
ບໍ່ມີ ແຟນ ໃຫ້ກອດ ຄັນຊັ້ນ ຂ້ອຍ ຈະນອນ ກອດຕຸກກະຕາໝີ ກະໄດ້.
I don't have a boyfriend to hug, so I will sleep hugging a teddy bear.

No comments:

Post a Comment