(The Words: ເກງໃຈ, ບໍ່ໄດ້ຕັ້ງໃຈ and ບໍ່ຮູ້ດອກ)
1- ຢ່າ ເກງໃຈ ກິນເຂົ້າໄດ້ເລີຍ.
Don't be afraid. You can eat now.
2- ນາງເປັນ ຄົນ
ເກງໃຈ ຄົນອື່ນຫຼາຍ.
She is very considerate of other
people.
3- ຂ້ອຍ ເກງໃຈ ທີ່ຈະຂໍຄວາມຊ່ວຍເຫຼືອ.
I feel reluctant to ask for help.
4- ຂອບໃຈເດີ
ແຕ່ຂ້ອຍ ເກງໃຈ.
Thank you, but I feel bad
imposing on you.
5- ຂ້ອຍ ບໍ່ໄດ້ຕັ້ງໃຈ
ເຮັດໃຫ້ເຈົ້າເສຍໃຈ.
I didn't mean to upset you.
6- ລາວ ບໍ່ໄດ້ຕັ້ງໃຈ ລືມນັດ.
He didn't mean to forget the
appointment.
7- ເດັກນ້ອຍ ບໍ່ໄດ້ຕັ້ງໃຈ ທຳແກ້ວແຕກ.
The child didn’t mean to break the
glass.
8- ລາວ ບໍ່ໄດ້ຕັ້ງໃຈ ເວົ້າແບບນັ້ນ.
She didn’t mean to speak like that.
9- ຂ້ອຍ ບໍ່ໄດ້ຕັ້ງໃຈ ມາຊ້າ.
I didn’t mean to arrive late.
10-
ຂ້ອຍເຮັດຜິດໄປ ແຕ່ ບໍ່ໄດ້ຕັ້ງໃຈ ເລີຍ.
I
made a mistake, but it wasn’t intentional.
11-
ລາວໄປໃສ ບໍ່ຮູ້ດອກ.
I
don't know where she went.
12-
ບໍ່ຮູ້ດອກ ວ່າຝົນຈະຕົກບໍ.
I
don't know if it will rain.
13-
ເຂົາຈະມາມື້ໃດ ບໍ່ຮູ້ດອກ.
I
don't know when they will come.
14-
ບໍ່ຮູ້ດອກ ອາດຈະແມ່ນຄວາມຈິງ.
I don't know, maybe it's
true.
15-
A: ເງິນເດືອນຈະອອກເມື່ອໃດ?
When will the
salary be paid?
B: ບໍ່ຮູ້ດອກ ຖາມເຈົ້ານາຍເບິ່ງ. (No idea, ask the boss.)
16-
A: ຂໍໂທດ, ຮ້ານອາຫານຢູ່ໃສ?
Excuse me, where
is the restaurant?
B: ຂ້ອຍ ບໍ່ຮູ້ ຄືກັນ, ຂ້ອຍບໍ່ແມ່ນຄົນແຖວນີ້.
I don't know
either; I am not from around here.

No comments:
Post a Comment